- ກ່ຽວກັບເຮົາ

Daomany Furniture WaiLao

ດາວມະນີ ເຟີນິເຈີ ຫວາຍລາວ (Daomany Furniture Wai Lao) ສ້າງຕັ້ງຂື້ນໃນ ປີ 1994 ຈາກການລິເລີ່ມທຸລະກິດໃນຮູບແບບຄອບຄົວ ຈົນກາຍມາເປັນຮູບແບບບໍລິສັດເຕັມໂຕ ໂດຍການຜະລິດເຟີນິເຈີຫວາຍທີ່ເຮັດດ້ວຍມືຈາກແຮງງານທີ່ມີມາດຕະຖານສູງ ແລະ ນໍາໃຊ້ຫວາຍແທ້ເປັນວັດຖຸດິບ ເຊິ່ງວັດຖຸດິບທີ່ນໍາໃຊ້ໄດ້ຖືກຢັ້ງຢືນ ແລະ ຮັບຮອງມາດຕະຖານ FSC-CoC ເພື່ອຮັບປະກັນທຸກຂະບວນການຜະລິດເຟີນີເຈີ້ຂອງບໍລິສັດ ຖືກຈັດຕັ້ງປະຕິດບັດໄປຕາມເງື່ອນໄຂທີ່ບໍ່ທໍາລາຍລະບົບນິເວດປ່າໄມ້ ນັບແຕ່ການເກັບກ່ຽວວັດຖຸດິບ ຈົນເຖິງ ມືຜູ້ບໍລິໂພກ.

- ຄວາມເປັນມາ

ເລີ່ມຕົ້ນທຸລະກິດຈາກຄວາມຊ່ຽວຊານຂອງຜູ້ເປັນພໍ່ທາງດ້ານການແປຮູບຫວາຍໃຫ້ເປັນເຄື່ອງໃຊ້ເຟີນີເຈີ້ໃນເຮືອນ. ຈາກການຜະລິດແບບຄອບຄົວຂະຫນາດນ້ອຍເປັນເວລາຫຼາຍກວ່າ 10 ປີ ແລະ ໄດ້ກາຍມາເປັນທີ່ຮັບຮູ້ໃນນາມ “ຫັດຖະກໍາຫວາຍບຸນຖົມ (Bounthom Rattan Handicraft) ຄວາມຕ້ອງການທີ່ເພີ່ມຂື້ນຂອງຕະຫຼາດເຮັດໃຫ້ທຸລະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ແລະ ໃນເວລາດຽວກັນກໍ່ເກີດມີຄວາມກັງວົນຂອງສັງຄົມ ຫຼື ຜູ້ບໍລິໂພກຕໍ່ກັບການນໍາໃຊ້ວັດຖຸດິບ (ຫວາຍ) ເຂົ້າໃນການຜະລິດ ເຊິ່ງອາດເຂົ້າໃຈວ່າຫວາຍແມ່ນເອົາມາຈາກປ່າໄມ້, ດັ່ງນັ້ນ, ບໍລິສັດຈິ່ງຂໍການຢັງຢືນ FSC-CoC ຈາກ Rainforest Alliance ເພື່ອຮັບປະກັນຕໍ່ສັງຄົມວ່າ ທຸກຂະບວນການຜະລິດເຟີນີເຈີ້ຂອງບໍລິສັດ ນັບແຕ່ການເກັບກ່ຽວວັດຖຸດິບ ຈົນເຖິງ ມືຜູ້ບໍລິໂພກ ແມ່ນດໍາເນີນໄປຕາມມາດຕະຖານການຮັກສາບົບນິເວດ.

- ຄວາມເປັນມາ

1944s

1994s start a business from a father’s expertise in processing rattan into home furniture. From small family production for more than ten years, and has become known as “Bounthom Rattan Handicraft”.

2011s

2011s The company is continously exanding due to rising market demand, nevertheless, society or customers are concerned about using raw materials (rattan) in manufacturing since they may believe that rattan is obtained from the forest. As a result, the firm decided to apply for an FSC-CoC certification to verify that all of the company’s furniture production operations, from raw material collection to customer’s hands, are carried out following environmental standards.

2017

2017s the company management has grown stronger from the father’s business to the next generation. It can now build a brand that will be recognized in the market under the brand new name “Daomany Furniture Wai Lao”.

Nowaday

Nowadays The company has developed a strategy for business sustainability that includes a focus on environmental preservation and encouraging society to have jobs for a better living. By encouraging many households in the village to grow rattan as a source of raw materials for the company’s furniture manufacture. We never cease improving our company and our workers’ abilities. Although the production model stays the same, the product is more standardized and of greater quality. In addition, we’re always tweaking our output to keep up with changing market trends.

ວິໄສທັດ

“ເປັນໜຶ່ງໃນຜູ້ຜະລິດເຟີນິເຈີຫວາຍແນວຫນ້າຂອງລາວ ທີ່ເລັງໃສ່ການຜະລິດທີ່ມີຄຸນນະພາບໄດ້ມາດຕະ ຖານສາກົນ ແລະ ສາມາດສະໜອງຜະລິດຕະພັນທີ່ຫຼາກຫລາຍຕາມຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ຄຽງຄູ່ກັບການສົ່ງເສີມຊຸມຊົນໃຫ້ມີວຽກເຮັດງານທໍາທີ່ຍືນຍົງ ແລະ ຮັກສາຊັບພະຍາກອນທໍາມະຊາດ”

ດາວໂຫຼດ Company Profile