ຖ້າທ່ານເປັນອີກຫນຶ່ງຄົນກໍາລັງເບິ່ງຫາ ຜະລິດຕະພັນເຟີນີເຈີຫວາຍທີ່ມີຄຸນນະພາບສູງ ສໍາລັບເຮືອນຂອງທ່ານ, Daomany Furniture Wai Lao ຂໍເປັນອີກຫນຶ່ງທາງເລືອກທີ່ຢາກໃຫ້ທ່ານມາສໍາພັດ, ເພາະ ທີ່ ດາວມະນີ ເຟີນິເຈິ ຫວາຍລາວ, ພວກເຮົາຜະລິດເຄື່ອງເຟີນີເຈີຫວາຍຈາກສີໄມ້ລາຍມືຂອງນາຍຊ່າງລາວທີ່ມີຄຸນນະພາບສູງ ໂດຍໃຊ້ວິທີການທີ່ເປັນມິດກັບສິ່ງແວດລ້ອມ, ເປັນປະໂຫຍດຕໍ່ກັບຊຸມຊົນ ແລະ ທັງເປັນອີກຜະລິດຕະພັນເຟີນິເຈິທາງເລືອກຫນຶ່ງທີ່ດີຕໍ່ສຸຂະພາບແລະຄວາມສະດວກສະບາຍໃນການພັກຜ່ອນຂອງທ່ານ… ອ່ານເພີ່ມກ່ຽວກັບພວກເຮົາ

Dining

₭ 1.200.000

Living Room

₭ 2.400.000

SIZE: W120 D50 SH45 H80

White-PArmchair

₭ 2.800.000

SIZE: D60 W70 H105

Papasan For Two

₭ 2.800.000

Sofa
₭ 8.000.000

Coffee Set

₭ 2.500.000

Coffee Set

₭ 2.400.000

Papasan Size1 Meter

₭ 2.000.000

Aspect
of Products

ສິນຄ້າ ຄຸນະພາບ

ເຟີນິເຈີຫວາຍຂອງພວກເຮົາ ແມ່ນເຮັດດ້ວຍຄວາມຮັກ ແລະຄວາມເອົາໃຈໃສ່ຢ່າງປານີດໃນທຸກຂະບວນການ ເພື່ອສົ່ງມອບຄວາມສຸກ ແລະຄວາມສະບາຍໃນການໃຊ້ງານໃຫ້ແກ່ທຸກທ່ານ

ລາຄາທີ່ຈັບຕ້ອງໄດ້

ສິນຄ້າຂອງພວກເຮົາເນັ້ນການຜະລິດເພື່ອໃຫ້ທຸກຄົນສາມາດເຂົ້າເຖິງໄດ້ດ້ວຍລາຄາທີ່ສົມເຫດສົມຜົນ

ທາງເລືອກ ທີ່ຫລາກຫລາຍ

ດ້ວຍຕົວເລືອກເຟີນີເຈີຫວາຍລາວທີ່ສວຍງາມ ແລະຫລາກຫລາຍຂອງພວກເຮົາ, ຈະສາມາດເຮັດໃຫ້ທ່ານ ສ້າງການອອກແບບທີ່ບໍ່ພຽງແຕ່ເບິ່ງດີເທົ່ານັ້ນ ແຕ່ຍັງເຕັມໄປດ້ວຍຄວາມແປກໃໝ່ ແລະຫລາກຫລາຍ.

Eco-friendly

ຜະລິດຕະພັນຂອງພວກເຮົາແມ່ນຜະລິດບົນພື້ນຖານທີ່ຄໍານຶງເຖິງຄວາມຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ ເຊິ່ງ ໄດ້ຮັບການຢັ້ງຢືນໂດຍ FSC-CoC

ອອກແບບເຟິນິເຈິຫວາຍໃນຝັນ ກັບພວກເຮົາ

ຜູ້ຊ່ຽວຊານດ້ານການອອກແບບຂອງພວກເຮົາ ມີຄວາມຍິນດີທີ່ຈະຊ່ວຍທ່ານ ແລະໃຫ້ຕໍາປຶກສາໃນການອອກແບບເຄື່ອງເຟີນີເຈີຫວາຍທີ່ເຂົ້າກັບຄວາມຕ້ອງການຂອງທ່ານ. ພວກເຮົາສາມາດຜະລິດສິນຄ້າຫວາຍ ທີ່ສອດຄ້ອງກັນກັບຄວາມຕ້ອງການຂອງທ່ານ ໂດຍທີ່ທ່ານສາມາດເລືອກໄດ້ຈາກລະດັບຄວາມຫຼາກຫຼາຍຂອງຮູບແບບ, ລັກສະນະ, ແລະສີ.

ເຮັດດ້ວຍຮັກ

ບໍ່ວ່າທ່ານຈະກໍາລັງຈະຕົບແຕ່ງພື້ນທີ່ໃຫມ່ ຫຼືປັບປຸງພື້ນທີ່ຕ່າງໆພາຍໃນໃຫ້ເຮືອນປະຈຸບັນຂອງທ່ານ, ດາວມະນີເຟີນິເຈີ ຂໍເປັນອີກທາງເລືອກຫນຶ່ງ ທີ່ຈະສະໜອງເຄື່ອງເຟີນີເຈີຫວາຍຕົບແຕ່ງໃນເຮືອນ ແລະສົ່ງມອບແຮງບັນດານໃຈໃນການຕົບແຕ່ງໃຫ້ແກ່ທ່ານ.

ຜະລິດດ້ວຍມືເພື່ອຄວາມສົມບູນແບບ

ເຄື່ອງເຟີນີເຈີຫວາຍທີ່ໂດດເດັ່ນຂອງພວກເຮົາ ແມ່ນມີທັງແບບທັນສະໄໝ ແລະແບບດັ້ງເດີມໃຫ້ທ່ານໄດ້ເລືອກໃຊ້ສອຍ, ພວກເຮົາມີຄວາມຕັ້ງໃຈຢ່າງຍິ່ງ ທີ່ຢາກຈະສົ່ງມອບເຄື່ອງເຟີນີເຈີຫວາຍທີ່ມີຄຸນນະພາບສູງ ແລະ ລາຄາທີ່ເຂົ້າເຖິງໄດ້ງ່າຍໃຫ້ກັບທຸກທ່ານ ແລະຕະຫຼາດການບໍລິໂພກຂອງຄົນລາວ. ພວກເຮົາມຸ່ງໝັ້ນໃນການສ້າງ ແລະພັດທະນາຜະລິດຕະພັນຫວາຍ ເພື່ອຍົກສູງ ຄຸນຄ່າເຟີນີເຈິຫວາຍລາວທີ່ເປັນຫນຶ່ງເຄື່ອງຫັດຖະກໍາຕົບແຕ່ງເຮືອນ ໃຫ້ມີໃບຫນ້າໃໝ່ທີ່ໂດດເດັ່ນ ແລະສົ່ງເສີມເສດຖະກິດພາຍໃນໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ສະດວກສະບາຍບົນຄວາມລຽບງ່າຍ

ສໍາລັບການອອກແບບຫ້ອງເພື່ອໃຫ້ຢູ່ສະບາຍ, ຄວາມຮູ້ສຶກຂອງຫ້ອງຈະຕ້ອງອົບອຸ່ນ. ເພາະສະນັ້ນ, ການໃຊ້ສີ beige, pastel ຫຼືສີນໍ້າຕານຈາກເຟີນິເຈິຫວາຍ ຈະຊ່ວຍສ້າງສິ່ງນີ້ຢ່າງແທ້ຈິງ

ເລືອກສິ່ງທີ່ດີທີ່ສຸດສໍາລັບທ່ານ

ເມື່ອທ່ານນໍາໃຊ້ເຟີນິເຈີຫວາຍຂອງພວກເຮົາ, ເຊື່ອແນ່ວ່າທ່ານຈະສາມາດອອກແບບຫ້ອງທີ່ບໍ່ພຽງແຕ່ເບິ່ງທີ່ສວຍງາມເທົ່ານັ້ນ ແຕ່ຍັງໄດ້ປະໂຫຍດການໃຊ້ສອຍທີ່ສອດຄ່ອງ ແລະ ຄວາມທັນສະໄໝໃນການຕົບແຕ່ງໄປພ້ອມກັນອີກດ້ວຍ

Rattan Sofa

Rattan Chair

Rattan Sofa

Customized Rattan
Chair

Rattan Table

Customized Rattan furniture